ໂທລະຄົມມະນາຄົມ
From Wikipedia
ແມ່ນ ການສົ່ງ,ແຜ່ກະຈ່າຍ ຫຼື ການຮັບ ເຄື່ອງໝາຍ,ສັນຍານ,ສິ່ງພີມ,ຮູບພາບ ແລະ ສຽງ ຫຼື ການເຮັດໃຫ້ເຂົ້າໃຈກັນຂອງທຳມະຊາດໃດນຶ່ງ ໄປຕາມສາຍ,ຄື້ນວິທະຍຸ,ສາຍໄຍແກ້ວ ແລະ ອື່ນໆ ດ້ວຍລະບົບຄື້ນແມ່ເຫຼັກໄຟຟ້າ.
ວິທະຍຸແມ່ນຫຍັງ? ແມ່ນເຄື່ອງມືຕ່າງໆ ທີ່ສາມາດນຳໃຊ້ຄື້ນວິທະຍຸ. ຄື້ນວິທະຍຸ ຫຼື ຄື້ນhertzian ແມ່ນຫຍັງ? ແມ່ນຄື້ນແມ່ເຫຼັກໄຟຟ້າຊື່ງມີຄວາມຖີ່ຕ່ຳກວ່າ 3000 GHz ລົງໄປ,ທີ່ແຜ່ກະຈ່າຍອອກໄປໃນອາກາດທີ່ວ່າງເປົ່າປັດສະຈາກສິ່ງນຳພາທຽມໃດໆ. ວິທະຍຸສື່ສານແມ່ນຫຍັງ? ແມ່ນການໂທລະຄົມມະນາຄົມທີ່ມີຄື້ນວິທະຍຸເປັນພາຫະນະ.
ຕາຕະລາງຄວາມຖີ່ວິທະຍຸ VLF 3 ຫາ 30 kHz LF 30 ຫາ 300 kHz MF 300 ຫາ 3000 kHz HF 3 ຫາ 30 MHz VHF 30 ຫາ 300 MHz UHF 300 ຫາ 3000 MHz SHF 3 ຫາ 30 GHz EHF 30 ຫາ 300 GHz ຍັງພັດທະນາ 300 ຫາ 3000 GHz